ກິດຈະກຳອົບຮົມການໃຊ້ໂປຼແກມຄວບຄຸມຕົ້ນທຶນກໍ່ສ້າງ ”ຟຼີ” ເພື່ອຜູ້ຮັບເໝົາ SMEs ເມືອງວຽງຈັນ ປະເທດລາວ

gobuilk-viangchan

ບິລ ຮ່ວມກັບ ບໍລິສັດ ສ ສຸພະກິດວານິດການໄຟຟ້າ ຈຳກັດ ເຊິ່ງເປັນຜູ້ຜະລິດ ແລະ ຕົວແທນຈຳໜ່າຍ ສາຍໄຟ ແລະ ອຸປະກອນອີເລັກໂທນິກຕ່າງໆລາຍໃຫຍ່ຂອງປະເທດໄທ ຮັບປະກັນຄຸນນະພາບຕະຫຼອດອາຍຸການໃຊ້ງານໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າມາຫຼາຍກວ່າ25ປີ ຮ່ວມມືການກັນຈັກອົບຮົມສອນການໃຊ້ໂປຼແກມຄວບຄຸມຕົ້ນທຶນກໍ່ສ້າງ ຟຼີ

ວັນງານ ວັນຈັນ ວັນທີ່: 21/11/2016
ຜູ້ບັນຍາຍ(ຜູ້ສອນ) ທ່ານ ຜະໄທ ຜະດຸງຖິ່ມ
Principal & Evangelist BUILK.COM
ສະຖານທີ Innogreen engineering company Ltd.,
ຖະຫນົນໂພນສີນວນ, ບ້ານ ດົງປາລານທົ່ງ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ປະເທດລາວ.
ເບິ່ງແຜນທີ່
ເວລາ 09:00ມ-16:30ມ (1ວັນ)
ຄ່າໃຊ້ຈ່າຍ ບໍ່ມີຄ່າໃຊ້ຈ່າຍ
ຈຳນວນຜູ້ເຂົ້າຮ່ວມງານ ສະເພາະຜູ້ຮັບເໝົາ ຫລື ເຈົ້າຂອງໂຄງການອະສັງຫາລິມະຊັບ ຈຳນວນ 30ທ່ານ.
( ບໍລິສັດຫນື່ງບໍ່ໃຫ້ເກີນ2ທ່ານ )
*ກະລຸນາອ່ານວິທີການສະຫມັກເຂົ້າຮ່ວມງານຢ່າງລະອຽດ ສິດໃນການເຂົ້າຮ່ວມງານເປັນໄປຕາມລຳດັບການຮ່າງແບບຟອມ (ລົງທະບຽນເຂົ້າຮ່ວມກ່ອນມີສິດກ່ອນ)
ຖ້າຫາກວ່າທາງທີມງານຂອງພວກເຮົາກວດພົບວ່າບໍລິສັດຂອງທ່ານບໍ່ແມ່ນ ບໍລິສັດຮັບເຫມົາການກໍ່ສ້າງ ທ່ານຈະບໍ່ໄດ້ຮັບອີເມວຕອບກັບ ເພື່ອເຂົ້າຮ່ວມງານ.
ຕິດຕໍ່ສອບຖາມ ທ່ານ ກິກ
ໂທລະສັບ:(+66)89-426-3639
E-mail: jareerat@builk.com
LINE ID: kik.builk

builk-user-04

ບິລ ( ອ່ານວ່າ ບິວ ) ແມ່ນຫຍັງ?

ບິລ ເປັນຄ້າຍຄືສວນເອເດນຂອງວົງການກໍ່ສ້າງ ມີປະໂຫຍດຕໍ່ທຸກຄົນ ແລະ ເກີດເປັນສັງຄົມໜຶ່ງທີ່ຈະໃຫຍ່ຂຶ້ນທຸກມື້ ແລະ ເຮົາມີແມ່ນຫຍັງແດ່ທີ່ເຮັດໃຫ້ທຸກຄົນມາຮ່ວມກັນໄດ້ ເຮົາມີໂປຼແກມຄວບຄຸມຕົ້ນທຶນງານກໍ່ສ້າງ ມີຮ້ານວັດສະດຸກໍ່ສ້າງອອນໄລ ແລະ ມີກິດຈະກຳຕ່າງໆ ເພື່ອຍົກລະດັບວົງການນີ້ໃຫ້ມີຄຸນນະພາບແລະ ຄຶກຄື້ນໃນສະໄຕຂອງວົງການກໍ່ສ້າງ ມີສະປອນເຊີ້ ເຊິ່ງເປັນແບຼນວັດສະດຸກໍ່ສ້າງຊັ້ນນຳ ທີ່ຈະມາຊ່ວຍໃຫ້ທ່ານ ສາມາດຫຼຸດຕົ້ນທຶນຄ່າວັດສະດຸໄດ້

ບິລ ປະກອບມີ 3 ສ່ວນຫຼັກໆຄື

  • Cost Control ຄື ໂປຼແກມບໍລິຫານທຸລະກິດການກໍ່ສ້າງ ໃຊ້ໄດ້ຟຼີ ຜ່ານເວັບໄຊ ບໍ່ຕ້ອງລົງໂປຼແກມ ຊ່ວຍໃຫ້ທ່ານຄວບຄຸມຕົ້ນທຶນໄດ້ຢ່າງເປັນລະບົບ ເປັນຫຍັງຈຶ່ງຟຼີ ອ່ານທີ່ນີ້ Cost Control ຊ່ວຍຜູ້ຮັບເໝົາຄວບຄຸມຕົ້ນທຶນຕັ້ງແຕ່ຂັ້ນວາງແຜນ ບັນທຶກຕົ້ນທຶນໂຄງການ ໄປຈົນເຖິງປະມວນຜົນສ້າງລາຍງານຕົ້ນທຶນໃຫ້ອັດຕະໂນມັດສາມາດເຮັດວຽກຮ່ວມກັນກັບທີມງານຜ່ານເວັບໄຊ້ ຊ່ວຍໃຫ້ຜູ້ບໍລິຫານສາມາດເບິ່ງຂໍ້ມູນແບບReal Timeໄດ້ທຸກບ່ອນທຸກເວລາ ທ່ານຈະຮູ້ໄດ້ທັນທີວ່າ ເງິນເຂົ້າ-ອອກບໍລິສັດເທົ່າໃດ ເປັນຈຳນວນເງິນເທົ່າໃດ ບໍ່ວ່າຢູ່ທີ່ໃດໃນໂລກ ແລະ ສາມາດເບິ່ງລາຍລະອຽດແຕ່ລະໂຄງການໄດ້ວ່າ ໂຄງການໃດດຳເນີນຈ່າຍໄປເທົ່າໃດແລ້ວ ໃຊ້ຈ່າຍມີຫຍັງແດ່ ໄປຮອດໃສແລ້ວ ອ່ານລາຍລະອຽດກ່ຽວກັບ Builk Cost Control ເພີ່ມເຕີມທີ່ນີ້
  • Company Profile ແມ່ນເວັບໄຊ້ ສຳລັບຮູບຟຼີ ສຳລັບທຸລະກິດກໍ່ສ້າງ ທີ່ໃຫ້ຜູ້ຮັບເໝົາ ຮ້ານຄ້າວັດສະດຸກໍ່ສ້າງ ເຈົ້າຂອງໂຄງການອະສັງຫາລິມະຊັບ ມາລົງຮູບຜົນງານ ແລະ ສິນຄ້າໄດ້ຟຼີ ໃຊ້ງານງ່າຍເພາະເຮົາມີແທມເພດໃຫ້ ພຽງແຕ່ທ່ານອັບຮູບ ແລະ ໃສ່ລາຍລະອຽດເທົ່ານັ້ນ ຊ່ວຍເພີ່ມໂອກາດໃຫ້ທ່ານໄດ້ລູກຄ້າເພີ່ມ ໄດ້ວຽກໃໝ່ຈາກອິນເຕີເນັດ ຍ້ອນສະໄໝນີ້ເຈົ້າຂອງໂຄງການຫຼາຍໆທ່ານມັກຈະຫາຜູ້ຮັບເໝົາທາງອິນເຕີເນັດ ການມີເວັບໄຊ້ຈຶ່ງຊ່ວຍໃຫ້ລູກຄ້າສາມາດເບິ່ງຜົນງານຂອງທ່ານຜ່ານເວັບໄຊ້ ແລະ ຕິດຕໍ່ທ່ານທາງເບີໂທລະສັບ ຫຼື ອີເມວທີ່ໃຫ້ໄວ້ໄດ້ທັນທີ ອ່ານບົດຄວາມ ເພີ່ມໂອກາດຫາງານກໍ່ສ້າງຜ່ານຊ່ອງທາງອອນໄລທີ່ນີ້
  • Site Walk ຄືແອັບພຼີເຄຊັນສື່ສານໜ້າງານການກໍ່ສ້າງເທິງລະບົບ iOS ທີ່ຊ່ວຍໃຫ້ທຸກຝ່າຍເຮັດວຽກຮ່ວມກັນໃຫ້ສະດວກຫຼາຍຂຶ້ນ ບໍ່ວ່າຈະເປັນເຈົ້າຂອງໂຄງການ ຜູ້ຮັບເໝົາຊ່ວງ ຜູ້ອອກແບບທີ່ປຶກສາ ແລະ ຜູ້ຂາຍວັດສະດຸອ່ານລາຍລະອຽດເພີ່ມໄດ້ທີ່ນີ້

ສີ່ງທີ່ເຈົ້າຈະໄດ້ຮຽນຮູ້ໃນງານມີ:

  • ຮູ້ຈັກກັບ Builkໂປຮແກຮມຄວບຄຸມຕົ້ນທືນການກໍ່ສ້າງອອນລາຍຟີ ເປັນຫຍັງຈື່ງ ຟຼີ?
  • ລົງເລີກການໃຊ້ Builk Cost Control ສຳລັບການຄວບຄຸມຕົ້ນທືນ.
  • ການເຮັດການຕະຫລາດທາງອອນລາຍສຳລັບຜູ້ຮັບເຫມົາ.
  • ການໃຊ້ ITເຂົ້າຊ່ວຍໃນການສື່ສານໃນໂຄງການໃຫ້ສະດວກຂື້ນ.
  • ການປັບໃຊ້Builk ໃຫ້ເຂົ້າກັບອົງກອນຂອງທ່ານ.
  • ມາຮູ້ຈັກກັບ ບໍລິສັດ ສ ສຸພະກິດວານິດການໄຟຟ້າ ຈຳກັດ

ເໝາະສຳລັບ

ທຸລະກິດຮັບເໝົາ (ພະນັກງານ5-20ຄົນ) ແລະ ເຈົ້າຂອງໂຄງການອະສັງຫາລິມະຊັບ ທີ່ຕ້ອງການພັດທະນາລະບົບຕົ້ນທືນການກໍ່ສ້າງໃຫ້ດີຢ້ຽມ.

ວິທີການສະຫມັກ ແລະ ກຽມໂຕເຂົ້າຮ່ວມງານ ( ກະລຸນາອ່ານຂໍ້ມູນໃຫ້ລະອຽດ )

  1. ປະກອບແບບຟອມຂໍ້ມູນ: ຊື່, ອີເມວ, ເບີໂທລະສັບທີ່ສາມາດຕິດຕໍ່ໄດ້ ຖ້າທ່ານຕ້ອງການມາຮ່ວມງານ2ທ່ານ ຕ້ອງປະກອບແບບຟອມຂໍ້ມູນຂອງ2ທ່ານມາ.
  2. ສິດທີຂອງຜູ້ເຂົ້າຮ່ວມງານ ( ລົງຊື່ເຂົ້າຮ່ວມກ່ອນຈະມີສິດກ່ອນ ) ແລະ ຂໍສະຫງວນລິຂະສິດສຳລັບຜູ້ຮັບເຫມົາກໍ່ສ້າງ ແລະ ເຈົ້າຂອງໂຄງການເທົ່ານັ້ນ, ຖ້າຫາກທາງເຮົາກວດພົບວ່າບໍລິສັດຂອງທ່ານ ແລະ ທ່ານບໍ່ໄດ້ເປັນບໍລິສັດຮັບເໝົາກໍ່ສ້າງ ຫລື ງານອະສັງຫາລິມະຊັບ ທ່ານອາດຈະບໍ່ໄດ້ຮັບ ອີເມວຕອບກັບໃຫ້ເຂົ້າມາຮ່ວມງານຈາກທາງພວກເຮົາ.
  3. ອີເມວທີ່ທ່ານໃຫ້ມາໃນແບບຟອມຈະຕ້ອງເປັນອີເມວທີ່ທ່ານໃຊ້ງານເປັນປະຈຳ ເພາະພະນັງງານພວກເຮົາຈະສົ່ງອີເມວແຈ້ງການເຂົ້າຮ່ວມງານໄປໃຫ້ທ່ານທາງອີເມວພາຍຫລັງຈາກທ່ານປະກອບແບບຟອມສະຫມັກພາຍໃນ3ວັນ (ວັນລາດສະການ) ແລະ ຖ້າຫາກບໍ່ມີອີເມວສົ່ງຫາທ່ານ ທ່ານຈະບໍ່ມີສິດເຂົ້າຮ່ວມງານ.
  4. ໃນວັນງານ ຜູ້ເຂົ້າຮ່ວມຝືກອົບຮົມທຸກຄົນຕ້ອງແຈ້ງຊື່ ໃຫ້ຕົງກັບຊື່ທີ່ລົງທະບຽນໃນຫນ້າງານ ແລະ ຕ້ອງກຽມ Notebook ທີ່ເຊື່ອມຕໍ່ກັບອີນເຕີເນັດໄດ້ເພື່ຶອມາຮຽນຮູ້ການໃຊ້ງານຕົວຈິງ ແລະ ຖ້າຫາກວ່າທ່ານບໍ່ໄດ້ຮັບການຢືນຢັນຈາກທາງພະນັກງານຂອງພວກເຮົາທາງອີເມວ ຫລື ທາງໂທລະສັບທ່ານຈະບໍ່ມີລາຍຊື່ໃນວັນງານ ແລະ ບໍ່ມີສິດເຂົ້າຮ່ວມງານ.

Insert math as
Block
Inline
Additional settings
Formula color
Text color
#333333
Type math using LaTeX
Preview
\({}\)
Nothing to preview
Insert

เราใช้คุกกี้เพื่อพัฒนาประสิทธิภาพ และประสบการณ์ที่ดีในการใช้เว็บไซต์ของคุณ คุณสามารถศึกษารายละเอียดได้ที่ นโยบายความเป็นส่วนตัว และสามารถจัดการความเป็นส่วนตัวเองได้ของคุณได้เองโดยคลิกที่ ตั้งค่า

Privacy Preferences

คุณสามารถเลือกการตั้งค่าคุกกี้โดยเปิด/ปิด คุกกี้ในแต่ละประเภทได้ตามความต้องการ ยกเว้น คุกกี้ที่จำเป็น

Allow All
Manage Consent Preferences
  • คุกกี้ที่จำเป็น
    Always Active

    ประเภทของคุกกี้มีความจำเป็นสำหรับการทำงานของเว็บไซต์ เพื่อให้คุณสามารถใช้ได้อย่างเป็นปกติ และเข้าชมเว็บไซต์ คุณไม่สามารถปิดการทำงานของคุกกี้นี้ในระบบเว็บไซต์ของเราได้

  • Google Analytic และ Facebook Pixel

    เราได้มีการใช้งาน Google analytic และ Facebook pixel เพื่อช่วยให้เราส่งมอบประสบการณ์การใช้งานของเว็บไซต์ได้อย่างดียิ่งขึ้น

Save
X